ເມືອງສັງທອງເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງທີ II ຂອງສູນກາງແນວລາວສ້າງຊາດ. |
---|
![]() |
ກອງປະຊູມເຜີຍແຜ່ຜົນສຳເລັດ ກອງປະຊຸມຄົບຄະນະຄັ້ງທີ II ສະໄໝທີ X ຂອງສູນກາງແນວລາວສ້າງຊາດຈັດຂື້ນໃນວັນທີ 29 ພຶດສະພາ 2017 ຢູ່ທີ່ສະໂມສອນເມືອງດັ່ງກ່າວ ໂດຍເປັນປະທານ ຂອງ ທ່ານ ບຸນທຽ່ງ ຂຸນສີ ຄະນະປະຈຳ ນະຄອນຫຼວງວຽງຈັນ ປະທານແນວລາວສ້າງຊາດ ນະຄອນຫຼວງວຽງຈັນ,ທ່ານຄຳໜູນ ຕຽງທະລາດ ຄະນະພັກ ນະຄອນຫຼວງວຽງຈັນ ເລຂາພັກ ເມືອງ ເຈົ້າເມືອງ ເມືອງສັງທອງ ໃນນັ້ນມີຄະນະປະຈຳແນວ ເມືອງສັງທອງຕະຫຼອດຮອດເລຂາພັກບ້ານ, ນາຍບ້ານ ,ປະທານແນວລາວສ້າງຊາດບ້ານທົ່ວເມືອງສັງທອງເຂົ້າຮ່ວມ. |
ໂອກາດດັ່ງກ່າວ ທ່ານ ຊາຍຄຳ ສີທາລາດ ຮອງປະທານ ແນວລາວສ້າງຊາດ ນະຄອນຫຼວງວຽງຈັນ ໄດ້ຂື້ນມະຕິກອງປະຊຸມສາມັນຄົບຄະນະກຳມະການ ສູນກາງແນວລາວສ້າງຊາດຄັ້ງທີ II ສະໄໝທີ X ກອງປະຊຸມສາມັນຄົບຄະນະກຳມະການສູນກາງແນວລາວສ້າງຊາດຄັ້ງທີ II ສະໄໝທີ X ໄດ້ດຳເນີນແຕ່ວັນທີ 16-17 ມີນາ 2017 ທີ່ຜ່ານມາ ຢູ່ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານ ທ່ານ ປອ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ ສູນກາງພັກ,ປະທານສູນກາງແນວລາວສ້າງຊາດ,ມີບັນດາທ່ານກຳມະການສູນກາງພັກ,ບັນດາຜູ້ແທນທີ່ມາຈາກທ້ອງຖີ່ນ ແລະ ຕ່າງປະເທດ, ກອງປະຊຸມໄດ້ຄົ້ນຄວ້າຢ່າງເລີກເຊິ່ງໄດ້ຮັບຮອງເອົາຢ່າງເປັນເອກະສັນຕໍ່ບົດລາຍງານການເຄື່ອນໃຫວ ວຽກງານຊອງຄະນະກຳມະການ ສູນກາງແນວລາວສ້າງຊາດໃນໜື່ງປີຜ່ານມາ 2016 ແລະ ທິດທາງແຜນການ ກໍ່ຄື ຈຸດສຸມໃນຕໍ່ໜ້າ 2017 ໄດ້ປະກອບຄຳຄິດເຫັນຢ່າງກົງໄປກົງມາຢ່າງເລີກເຊິ່ງ ສາເຫດທີ່ພາໃຫ້ມີຂໍ້ຄົງຄ້າງ ຮັບຮອງເອົາຂໍ້ສະຫຼຸບໂດຍສະເພາະແມ່ນການຫັນ 6 ແຜນງານຍຸດທະສາດຂອງແນວລາວສ້າງຊາດ ການສ້າງຄອບຄົວ ແລະ ບ້ານສາມະຄີ ການປັບປຸງນິຕິກຳ ວຽກງານກອງທືນ ແລະ ວຽກງານສະເພາະຂອງແນວລາວສ້າງຊາດ ແລະໄດ້ຮັບຮອງເອົາທິດທາງແຜນການ, ວຽກງານຈຸດສຸມປີ 2017 ໃນກອງປະຊຸມໄດ້ຮັບຟັງການປະກອບຄຳຄິດຄຳເຫັນ ຂອງບັນດາອົງການຈັດຕັ້ງພາຄີ, ຂັ້ນສູນກາງ,ຜູ້ຕ່າງສະພາແຫ່ງຊາດ, ກະຊວງຕ່າງປະເທດ, ກະຊວງພາຍໃນ,ກະຊວງໂຍທາທີການ ແລະຂົ່ນສົ່ງ ຄົນເຊື້ອສາຍລາວທີ່ດຳລົງຊີວິດຢູ່ຕ່າງປະເທດ,ອົງການພຸດທະສາດສະໜາສຳພັນລາວຂັ້ນສູນກາງ,ແນວລາວສ້າງຊາດບາງແຂວງ ແລະ ຕົວແທນຈາກທ້ອງຖິ່ນ ຈຳນວນໜື່ງທີ່ມີຊິວິດຊີວາ ເຊິ່ງເປັນການຢັ້ງຢືນເຖີງໜາກຜົນການເຄື່ອນໃຫວວຽກງານຂອງແນວລາວສ້າງຊາດໃນໄລຍະຜ່ານມາ |
2017-06-01 |